ບໍລິສັດ ມະຫະທຶນ ເຊົ່າສິນເຊື່ອ ມະຫາຊົນ
ຜູ້ສະເໜີອອກຈໍາໜ່າຍ | ບໍລິສັດ ມະຫະທຶນ ເຊົ່າສິນເຊື່ອ ມະຫາຊົນ |
ປະເພດທຸລະກິດ | ໃຫ້ບໍລິການເຊົ່າສິນເຊື່ອ |
ສັນຍາລັກ | ມຫທຊ |
ສໍານັກງານໃຫຍ່ | ເຮືອນເລກທີ 628, (ຫຼັກ5) ຖະໜົນໄກສອນພົມວິຫານ,ບ້ານ ໂພນພະເນົາ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ |
ໃບອະນຸຍາດລົງທຶນຕ່າງປະເທດ | ໃບອະນຸຍາດລົງທຶນຕ່າງປະເທດ, ເລກທີ:196-11/ຜທ/ລທ3, ລົງວັນທີ: 10 ສິງຫາ 2011 |
ໃບທະບຽນວິສາຫະກິດ | 0789/ຈທວ, ລົງວັນທີ 22 ມີນາ 2023 |
ເລກປະຈຳຕົວຜູ້ເສຍອາກອນ | 725714405-9-00 |
ທຶນຈົດທະບຽນ | 40.000.000.000 ກີບ |
ຈໍານວນຮຸ້ນທັງໝົດ | 400.000.000 ຮຸ້ນ |
ອີເມວ | info@mahathuen.com |
ເວັບໄຊ | www.mahathuen.com |
ໂທລະສັບ | (+856) 21 418 065 |
ໂທລະສານ | (+856) 21 418 066 |
ບໍລິສັດ ມະຫະທຶນ ເຊົ່າສິນເຊື່ອ ມະຫາຊົນ (ບໍລິສັດ) ເດີມຊື່ ບໍລິສັດ ມະຫະທຶນ ເຊົ່າສິນເຊື່ອ ຈຳກັດ ສ້າງຕັ້ງໂດຍນັກລົງທຶນຈາກປະເທດໄທ ມີທ່ານ ຊາຄຣິດ ນັກສອນ ປະທານບໍລິສັດ ເປັນຜູ້ລິເລີ່ມ ໂດຍຮ່ວມທຶນກັບນັກທຸລະກິດຄົນ ໄທ ແລະ ລາວ ເພື່ອດຳເນີນທຸລະກິດເຊົ່າສິນເຊື່ອລົດຈັກ ບໍລິສັດໄດ້ຈົດທະບຽນທີ່ ສປປ ລາວ ໃນເດືອນ ກັນຍາ ປີຄ.ສ 2011 ດ້ວຍທຶນຈົດທະບຽນເລີ່ມຕົ້ນທີ່ 300.000 ໂດລາສະຫະລັດ ຫຼື ປະມານ 10 ລ້ານບາດ ແລະ ໄດ້ຮັບອະນຸຍາດໃຫ້ດຳເນີນທຸລະກິດເຊົ່າສິນເຊື່ອ ຈາກທະນາຄານແຫ່ງສປປ ລາວ ໃນເດືອນ ມິຖຸນາ ປີຄ.ສ 2012 ຊ່ວງໄລຍະທີ່ຜ່ານມາບໍລິສັດ ມີການເຕີບໃຫ່ຍຢ່າງໄວວາ ແລະ ມີການເພີ່ມທຶນເປັນໄລຍະໄລຍະ ຈົນໃນເດືອນ ມິຖຸນາ ປີຄ.ສ 2016 ບໍລິສັດ ໄດ້ເພີ່ມທຶນຈົດທະບຽນເປັນ 27.760.000 ລ້ານກີບ ຫຼື ປະມານ 3.470.000 ໂດລາສະຫະລັດ ແລະ ໃນເດືອນ ພະຈິກ ປີຄ.ສ 2017 ບໍລິສັດໄດ້ຫັນປ່ຽນຮູບແບບເປັນບໍລິສັດ ມະຫາຊົນ ແລະ ຍື່ນຂໍເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບລາວ (Lao Securities Exchange) ໂດຍໄດ້ຮັບອະນຸຍາດໃຫ້ຈຳໜ່າຍຮຸ້ນໃຫ້ປະຊາຊົນທົ່ວໄປຄັ້ງທຳອິດ (Initial Public Offering) ໃນວັນທີ 13 ມິຖຸນາ ປີຄ.ສ 2018 . ໃນປີ 2023 ບໍລິສັດ ໄດ້ຂະຫຍາຍການໃຫ້ບໍລິການການເຊົ່າສິນເຊື່ອ “ຜ່ອນຄຳ” ໄປໃນພື້ນທີ່ຕ່າງແຂວງ ເພື່ອຂະຫຍາຍການໃຫ້ບໍລິການໃຫ້ຮອງຮັບກັບຄວາມຕ້ອງການຂອງຜູ້ໃຊ້ບໍລິການ
ປີ ຄ.ສ 2011
ເລີ່ມສ້າງຕັ້ງບໍລິສັດ
ບໍລິສັດ ມະຫະທຶນ ເຊົ່າສິນເຊື່ອ ມະຫາຊົນ (ບໍລິສັດ) ໄດ້ສ້າງຕັ້ງຂື້ນໃນວັນທີ 2 ກັນຍາ ປີ ຄ.ສ 2011 ໃນຮູບແບບບໍລິສັດ ຈຳກັດ ດ້ວຍທຶນຈົດທະບຽນ 300.000 ໂດລາສະຫະລັດ ປະກອບທຸລະກິດປະເພດການໃຫ້ບໍລິການເຊົ່າສິນເຊື່ອ (ສັງຫາລິມາຊັບ) ບໍລິສັດຖືຮຸ້ນໂດຍນັກທຸລະກິດຄົນລາວ 12 ສ່ວນຮ້ອຍ ແລະ ນັກທຸລະກິດຄົນໄທ 88 ສ່ວນຮ້ອຍ ທັງ 2 ທ່ານເປັນຜູ້ມີປະສົບການໃນການດຳເນີນທຸລະກິດໃນ ສປປ ລາວ ມາດົນຫຼາຍກ່ວາ 20 ປີ
ປີ ຄ.ສ 2011
ປີ ຄ.ສ 2012
ປ່ຽນແປງສະກຸນເງິນແລະເພີ່ມທຶນຈົດທະບຽນ
ບໍລິສັດໄດ້ມີການປ່ຽນແປງສະກຸນເງິນຈົດທະບຽນຈາກ ໂດລາສະຫະລັດມາເປັນກີບ ແລະ ເພີ່ມທຶນຈົດທະບຽນຈຳນວນ 3.200.000.000ກີບ ຈາກທຶນຈົດທະບຽນເດີມ 2.400.000.000ກີບ ມາເປັນ 5.600.000.000ກີບ ໂດຍການອອກຮຸ້ນສາມັນໃໝ່ຈຳນວນ 400.000ຮຸ້ນ ມູນຄ່າຮຸ້ນທີ່ກໍານົດໄວ້ຮຸ້ນລະ 8.000 ກີບ ສະເໜີໃຫ້ແກ່ຜູ້ຖືຮຸ້ນເດີມ ເພື່ອນຳເງິນໄປໃຊ້ໃນການຂະຫຍາຍສິນເຊື່ອ
ປີ ຄ.ສ 2014
ຂາຍຮຸ້ນ, ເພີ່ມທຶນ ແລະ ເປີດໃຫ້ບໍລິການຜະລິດຕະພັນໃໝ່
ຂາຍຮຸ້ນຂອງຜູ້ລົງທຶນຕ່າງປະເທດໃຫ້ແກ່ ບໍລິສັດ ມະຫະທຶນ ໂຮນດິ້ງ ຈຳກັດ (Mahathun Holding Co.,ltd.) ປະເທດໄທ ຈໍານວນ 616.000 ຮຸ້ນສາມັນ ຄິດເປັນ 88 ສ່ວນຮ້ອຍ ຂອງທຶນຈົດທະບຽນ
ເພີ່ມທຶນຈົດທະບຽນຈຳນວນ 12.160.000.000 ກີບ ຈາກທຶນຈົດທະບຽນເດີມ 5.600.000.000 ກີບ ມາເປັນ 17.760.000.000 ກີບ ໂດຍການອອກຮຸ້ນສາມັນຈຳນວນ 1.520.000 ຮຸ້ນ ມູນຄ່າຮຸ້ນທີ່ກໍານົດໄວ້ຮຸ້ນລະ 8.000 ກີບ ສະເໜີຂາຍໃຫ້ແກ່ຜູ້ຖືຮຸ້ນເດີມ ເພື່ອນຳເງິນໄປໃຊ້ໃນການຂະຫຍາຍສິນເຊື່ອ
ເລີ່ມໃຫ້ບໍລິການສິນເຊື່ອຈຳນຳທະບຽນລົດຈັກ (Refinance)
ປີ ຄ.ສ 2014
ປີ ຄ.ສ 2015
ເພີ່ມທຶນ ຈົດທະບຽນ
ເພີ່ມທຶນຈົດທະບຽນຈຳນວນ 5.600.000.000 ກີບ ຈາກທຶນຈົດທະບຽນເດີີມ 17.760.000.000 ກີບ ມາເປັນ 23.360.000.000 ກີບ ໂດຍການອອກຮຸ້ນສາມັນໃໝ່ຈຳນວນ 700.000 ຮຸ້ນ ມູນຄ່າຮຸ້ນທີ່ກໍານົດໄວ້ຮຸ້ນລະ 8.000 ກີບ ສະເໜີຂາຍໃຫ້ແກ່ຜູ້ຖືຮຸ້ນເດີມ ເພື່ອນຳເງິນໄປໃຊ້ໃນການຂະຫຍາຍສິນເຊື່ອ
ປີ ຄ.ສ 2016
ເພີ່ມທຶນຈົດທະບຽນ ປ່ຽນຜູ່ອຳນວຍການ
ເພີ່ມທຶນຈົດທະບຽນຈຳນວນ 4.400.000.000 ກີບ ຈາກທຶນຈົດທະບຽນເດີມ 23.360.000.000 ກີບ ມາເປັນ 27.760.000.000 ກີບ ໂດຍການອອກຮຸ້ນສາມັນໃໝ່ຈຳນວນ 550.000 ຮຸ້ນ ມູນຄ່າຮຸ້ນທີ່ກໍານົດໄວ້ຮຸ້ນລະ 8.000 ກີບ ສະເໜີຂາຍໃຫ້ຜູ້ຖືຮຸ້ນເດີມ ເພື່ອນຳເງິນໄປໃຊ້ໃນການຂະຫຍາຍສິນເຊື່ອ
ໃນເດືອນ ເມສາ ປີຄ.ສ 2016 ບໍລິສັດດຳເນີນການປ່ຽນແປງຜູ່ອຳນວຍການໃຫຍ່ຈາກ ທ່ານ ຊາຄຣິດ ນັກສອນ ມາເປັນ ທ່ານ ມານົບ ຕຣີລິດວິໄລ ສ້າງຕັ້ງສະພາບໍລິຫານໂດຍມີ ທ່ານ ຊາຄຣິດ ນັກສອນ ເປັນປະທານສະພາບໍລິຫານ ແລະ ທ່ານ ນາງ ອິນທະວິໄລ ອຸດົມ ເປັນຮອງປະທານສະພາບໍລິຫານ
ປີ ຄ.ສ 2016
ປີ ຄ.ສ 2017
ປ່ຽນສະພາບຈາກບໍລິສັດ “ຈຳກັດ” ເປັນ “ມະຫາຊົນ”
ໃນເດືອນ ສິງຫາ ປີຄ.ສ 2017 ບໍລິສັດດຳເນີນການ
ປ່ຽນສະພາບຈາກບໍລິສັດ “ບໍລິສັດຈຳກັດ” ເປັນ “ບໍລິສັດມະຫາຊົນ” ແລະ ປ່ຽນຊື່ຈາກ ບໍລິສັດ ມະຫະທຶນ ເຊົ່າສິນເຊື່ອ ຈໍາກັດ (Mahathuen Leasing Co.,ltd.) ເປັນບໍລິສັດ ມະຫະທຶນ ເຊົ່າສິນເຊື່ອ ມະຫາຊົນ (Mahathuen Leasing Public Company)
ປ່ຽນແປງມູນຄ່າທີ່ກໍານົດໄວ້ຈາກຮຸ້ນລະ 8.000 ກີບ ເປັນ 1.000 ກີບ
ເພີ່ມທຶນຈົດທະບຽນຈຳນວນ 12.240.000.000 ກີບ ຈາກທຶນຈົດທະບຽນ 27.760.000.000 ກີບ ມາເປັນ 40.000.000.000 ກີບ ໂດຍການອອກຮຸ້ນສາມັນໃໝ່ຈຳນວນ 12.240.000 ຮຸ້ນ ມູນຄ່າຮຸ້ນທີ່ກໍານົດໄວ້ຮຸ້ນລະ 1.000 ກີບ ເພື່ອກຽມຂາຍໃນນັກລົງທຶນທົ່ວໄປ ທັງພາຍໃນ ສປປ ລາວ ແລະ ນັກລົງທຶນຕ່າງປະເທດ
ປີ ຄ.ສ 2018
ຈຳໜ່າຍຮຸ້ນແກ່ປະຊາຊົນທົ່ວໄປຄັ້ງທໍາອິດແລະເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບລາວ
ໃນວັນທີ 13 ມິຖຸນາ ປີຄ.ສ 2018 ໄດ້ຮັບອະນຸມັດຈາກສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບລາວ (Lao Securities Commission Office) ໃຫ້ຈຳໜ່າຍຮຸ້ນແກ່ປະຊາຊົນທົ່ວໄປຄັ້ງທໍາອິດ (Initial Public Offering) ແລະ ເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບລາວໂດຍມີການຊື້ຂາຍຮຸ້ນຄັ້ງທໍາອິດ ໃນວັນທີ 18 ກັນຍາ ຄ.ສ. 2018
ປີ ຄ.ສ 2018
ປີ ຄ.ສ 2019
ສ້າງຕັ້ງໜ່ວຍບໍລິການລູກຄ້າຂື້ນ 1 ແຫ່ງໃນ ແຂວງ ສະຫວັນນະເຂດ
ປີ 2019 ບໍລິສັດ ໄດ້ສ້າງຕັ້ງໜ່ວຍບໍລິການລູກຄ້າຂື້ນ 1 ແຫ່ງໃນແຂວງ ສະຫວັນນະເຂດ ກໍຄື ໜ່ວຍບໍລິການ ດົງເຫັນ ໃນເດືອນ ມິຖຸນາ ປີດຽວກັນນີ້ ໄດ້ເລີ່ມໃຫ້ການບໍລິການເຊົ່າສິນເຊື່ອ ສໍາລັບອຸປະກອນທາງການກະເສດ ເຊິ່ງເລີ່ມຕົ້ນຈາກລົດໄຖນາ ປະເພດເດີນຕາມ ແລະ ເມື່ອມີຄວາມພ້ອມຫຼາຍຂື້ນຈະຂະຫຍາຍການໃຫ້ບໍລິການເຊົ່າສິນເຊຶ່ອໃຫ້ຄວບຄຸມເຄຶ່ອງມືທາງການກະເສດໃຫ້ມີຄວາມຫຼາກຫຼາຍ
ປີ ຄ.ສ 2020
ເພີ່ມຜະລິດຕະພັນໃຫມ່ Refinance
ປີ 2020 ບໍລິສັດ ໄດ້ໄດ້ເພີ່ມຜະລິດຕະພັນໃຫມ່ ໂດຍເລີ່ມໃຫ້ບໍລິການເຊົ່າສິນເຊື່ອຄືນໃຫມ່ (Refinance) ສໍາລັບລົດທີ່ໃຊ້ແລ້ວ (Used car) ເພື່ອເພີ່ມຄວາມຫຼາກຫຼາຍຂອງຜະລິດຕະພັນ ສໍາລັບເປັນທາງເລືອກໃຫ້ກັບລູກຄ້າຂອງບໍລິສັດ
ປີ ຄ.ສ 2020
ປີ ຄ.ສ 2021
ແຕກຮຸ້ນເປັນ 400.000.000 ຮຸ້ນ.
ບໍລິສັດໄດ້ສໍາເລັດການແຕກຮຸ້ນເມື່ອວັນທີ 24 ມິຖຸນາ 2021 ເຊິ່ງມູນຄ່າຮຸ້ນເທົ່າກັບ 100 ກີບຕໍ່ຮຸ້ນ ແລະ ຈໍານວນຮຸ້ນທັງໝົດເທົ່າກັບ 400.000.000 ຮຸ້ນ.
ເມື່ອວັນທີ 13 ສິງຫາ 2021 ສະພາບໍລິຫານໄດ້ອະນຸມັດບໍລິສັດ ຂະຫຍາຍພື້ນທີ່ບໍລິການເພີ່ມເຕີມທີ່ ແຂວງ ຄໍາມ່ວນ ເພື່ອທີ່ຈະໃຫ້ບໍລິການສິນເຊື່່ອສໍາລັບລູກຄ້າ ສາຂາ ຄໍາມ່ວນ ຕັ້ງຢູ່ ເຮືອນເລກທີ 190, ໜ່ວຍ 13, ບ້ານ ວຽງວິໄລ, ເມືອງ ທ່າແຂກ, ແຂວງ ຄໍາມ່ວນ
ເມື່ອວັນທີ 25 ຕຸລາ 2021 ບໍລິສັດໄດ້ມີການເປີດໂຕ Mobile application M HUK ເຊິ່ງເປັນແອັບທີ່ອໍານວຍຄວາມສະດວກໃນການຮຽກເບິ່ງຂໍ້ມູນບັນຊີສິນເຊື່ອຂອງລູກຄ້າ ແລະ ຍັງເປັນຊ່ອງທາງໃນການນໍາສະເໜີຜະລິດຕະພັນຕ່າງໆຂອງບໍລິສັດຜ່ານທາງສະມາດໂຟນລວມເຖິງການຕິດຕໍ່ສື່ສານລະຫວ່າງລູກຄ້າກັບບໍລິສັດໃຫ້ມີຄວາມວ່ອງໄວຍິ່ງຂຶ້ນ
ປີ ຄ.ສ 2022
ໃຫ້ບໍລິການເຊົ່າສິນເຊື່່ອ “ຜ່ອນຄໍາ”
ໃນປີ 2022 ບໍລິສັດ ໄດ້ເລີ່ມໃຫ້ບໍລິການເຊົ່າສິນເຊື່່ອ “ຜ່ອນຄໍາ” ໂດຍເລີ່ມດໍາເນີນການຮ່ວມກັບ ຮ້ານ ຄໍາພູວົງ ເຊິ່ງເປັນຮ້ານຄໍາທີ່ໃຫ່ຍທີ່ສຸດໃນ ສປປ ລາວ ເມື່ອເດືອນ ພະຈິກ 2022.
ປີ ຄ.ສ 2022
ປີ ຄ.ສ 2023
ຂະຫຍາຍການໃຫ້ບໍລິການການເຊົ່າສິນເຊື່ອ “ຜ່ອນຄຳ” ໄປຕ່າງແຂວງ
ໃນປີ 2023 ບໍລິສັດ ໄດ້ຂະຫຍາຍການໃຫ້ບໍລິການການເຊົ່າສິນເຊື່ອ “ຜ່ອນຄຳ” ໄປໃນພື້ນທີ່ຕ່າງແຂວງ ໄດ້ແກ່ ແຂວງສະຫວັນນະເຂດ, ແຂວງຄຳມ່ວນ ແລະ ແຂວງຈຳປາສັກ ເພື່ອຂະຫຍາຍການໃຫ້ບໍລິການໃຫ້ຮອງຮັບກັບຄວາມຕ້ອງການຂອງຜູ້ໃຊ້ບໍລິການ ແລະ ເປັນການຂະຫຍາຍສິນເຊື່ອຜ່ອນຄຳໃຫ້ຫລາຍຍິ່ງຂື້ນ.
ປີ ຄ.ສ 2024
ເປີດໜ່ວຍບໍລິການ ແຂວງ ຈຳປາສັກ
ໃນປີ 2024 ບໍລິສັດ ເປີດໜ່ວຍບໍລິການ ເພີ່ມເຕີມ ແຂວງ ຈຳປາສັກ ເພື່ອທີ່ຈະໃຫ້ບໍລິການສິນເຊື່່ອສໍາລັບລູກຄ້າໃນສິນເຊື່ອທຸກປະເພດ ສາຂາຈຳປາສັກ ຕັ້ງຢູ່ ເຮືອນເລກທີ 414 ບ້ານ ພູມ່ວງ (ພູຄູນ), ເມືອງ ນະຄອນປາກເຊ, ແຂວງ ຈຳປາສັກ (ຢູ່ລະຫວ່າງການຢື່ນຂໍໃບອະນຸຍາດຈາກ ກົມຄຸ້ມຄອງສະຖາບັນການເງິນທີ່ບໍ່ແມ່ນທະນາຄານ)
ປີ ຄ.ສ 2024
ຫົວໜ່ວຍເງິນ : ລ້ານກີບ
ລາຍການ | ປີ 2019 | ປີ 2020 | ປີ 2021 | ປີ 2022 | ປີ 2023 | ປີ 2024 |
ຊັບສິນລວມ | 93,888.9 | 88,739.4 | 96,930.0 | 109,061.00 | 997,591.49 | 85,521.5 |
ໜີ້ສິນລວມ | 26,873.6 | 17,979.3 | 24,778.3 | 38,141.70 | 917,355.60 | 4,639.6 |
ສ່ວນຂອງຜູ້ຖືຮຸ້ນ | 67,051.3 | 70,760.1 | 72,151.6 | 70,919.30 | 80,235.87 | 80,881.9 |
ມູນຄ່າຮຸ້ນທີ່ໄດ້ຊຳລະແລ້ວ | 40,000.0 | 40,000.0 | 40,000.0 | 40,000.00 | 40,000.00 | 40,000.00 |
ລາຍໄດ້ລວມ | 24,235.2 | 25,589.8 | 27,451.2 | 31,447.15 | 36,041.54 | 56,040.3 |
ລາຍຈ່າຍ | 13,913.0 | 16,720.7 | 18,560.1 | 11.455,8 | 20,884.30 | 48,636.1 |
ກຳໄລ(ຂາດທຶນ)ສຸດທິ | 8,084.6 | 7,744.8 | 7,591.6 | 1,047.65 | 9,316.60 | 6,646.1 |
ກຳໄລຕໍ່ຮຸ້ນ(ກີບ) | 202 | 194 | 18.98 | 2.62 | 23.29 | 16.62 |
ອັດຕາສ່ວນທາງການເງິນທີ່ສຳຄັນ | ||||||
ROA(%) | 8.61 | 8.73 | 7.83 | 1.00 | 0.90 | 7.8 |
ROE(%) | 12.1 | 10.95 | 10.52 | 1.50 | 11.60 | 8.2 |
ອັດຕາກຳໄລສຸດທິ(%) | 33.3 | 30.27 | 27.65 | 3.1 | 21.30 | 11.9 |
ຜູ້ຖືຮຸ້ນ | ຈຳນວນຮຸ້ນ | ເປີເຊັນຮຸ້ນ |
MAHATHUN HOLDING COMPANY LIMITED |
270,880,000 | 67.72% |
KRUNGTHAI XSPRING SECURITIES COMPANY LIMITED FOR INDIVIDUAL CLIENT |
40,759,500 | 10.19% |
PRATHANA NAKSORN | 28,882,000 | 7.22% |
THREERANOP THONGTHAM NA AYUTTHAYA | 7,824,000 | 1.96% |
PHONGSIRI THONGTHAM NA AYUTTHAYA | 7,822,000 | 1.96% |
ຂໍ້ມູນເມື່ອ ວັນທີ 07 ມີນາ 2025
ລວມຜົນປະກອບການ | ເງິນປັນຜົນ (ກີບ/ຮຸ້ນ) | ວັນຈ່າຍເງິນປັນຜົນ |
01/01/2024-31/12/2024 | ງົດຈ່າຍເງິນປັນຜົນ | |
01/01/2023-31/12/2023 | 15 | 24/05/2024 |
01/01/2022-31/12/2022 | ງົດຈ່າຍເງິນປັນຜົນ | |
01/01/2021-31/12/2021 | 55 | 25/05/2022 |
01/01/2020-31/12/2020 | 155 | 25/05/2021 |
01/01/2019-31/12/2019 | 100 | 10/06/2020 |
24/04/2025
ມະຕິທີ່ສຳຄັນຂອງກອງປະຊຸມຜູ້ຖືຮຸ້ນ ປະຈໍາປີ 2024
25/04/2024
ມະຕິທີ່ສຳຄັນຂອງກອງປະຊຸມຜູ້ຖືຮຸ້ນ ປະຈໍາປີ 2023
25/04/2023
ມະຕິທີ່ສຳຄັນຂອງກອງປະຊຸມຜູ້ຖືຮຸ້ນ ປະຈໍາປີ 2022
21/05/2022
ມະຕິທີ່ສຳຄັນຂອງກອງປະຊຸມຜູ້ຖືຮຸ້ນ ປະຈໍາປີ 2021
31/01/2019
ມະຕິທີ່ປະຊຸມສະພາບໍລິຫານຄັ້ງທີ່ 1-2019
30/10/2018
24/10/2018
ມະຕິທີ່ປະຊຸມສະພາບໍລິຫານຄັ້ງທີ່ 3-2018
ຕອບ : ໃນປັດຈຸບັນ ບໍລິສັດໃຫ້ບໍລິການປ່ອຍສິນເຊື່ອແກ່ລູກຄ້າມີ ສິນເຊື່ອຜ່ອນລົດຈັກ ແລະ ສິນເຊື່ອຜ່ອນຄຳ ແຕ່ໃນອະນາຄົດບໍລິສັດມີແຜນທີ່ຈະຂະຫຍາຍສິນເຊື່ອໄປໃນຜະລິດຕະພັນປະເພດອື່ນໆ
ທີ່ຢູ່ : |
ເລກທີ 628 ຖະໜົນໄກສອນພົມວິຫານ ບ້ານໂພນພະເນົາ ເມືອງ ໄຊເສດຖາ |
ເບີໂທ : | +856 (21) 418 062-5 ຕໍ່ 188 |
ເບີແຟັກ : |
+856 (21) 418 066 |
ອີເມວ : | ir@mahathuen.com |
ຊື່ຜູ້ຕິດຕໍ່: | ນາງ ຫວນຄຳ ແກ້ວມະນີ |
ຜູ້ສະເໜີອອກຈໍາໜ່າຍ | ບໍລິສັດ ມະຫະທຶນ ເຊົ່າສິນເຊື່ອ ມະຫາຊົນ |
ປະເພດທຸລະກິດ | ໃຫ້ບໍລິການເຊົ່າສິນເຊື່ອ |
ສັນຍາລັກ | ມຫທຊ |
ສໍານັກງານໃຫຍ່ | ເຮືອນເລກທີ 628, (ຫຼັກ5) ຖະໜົນໄກສອນພົມວິຫານ,ບ້ານ ໂພນພະເນົາ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ |
ໃບອະນຸຍາດລົງທຶນຕ່າງປະເທດ | ໃບອະນຸຍາດລົງທຶນຕ່າງປະເທດ, ເລກທີ:196-11/ຜທ/ລທ3, ລົງວັນທີ: 10 ສິງຫາ 2011 |
ໃບທະບຽນວິສາຫະກິດ | 0789/ຈທວ, ລົງວັນທີ 22 ມີນາ 2023 |
ເລກປະຈຳຕົວຜູ້ເສຍອາກອນ | 725714405-9-00 |
ທຶນຈົດທະບຽນ | 40.000.000.000 ກີບ |
ຈໍານວນຮຸ້ນທັງໝົດ | 400.000.000 ຮຸ້ນ |
ອີເມວ | info@mahathuen.com |
ເວັບໄຊ | www.mahathuen.com |
ໂທລະສັບ | (+856) 21 418 065 |
ໂທລະສານ | (+856) 21 418 066 |
ບໍລິສັດ ມະຫະທຶນ ເຊົ່າສິນເຊື່ອ ມະຫາຊົນ (ບໍລິສັດ) ເດີມຊື່ ບໍລິສັດ ມະຫະທຶນ ເຊົ່າສິນເຊື່ອ ຈຳກັດ ສ້າງຕັ້ງໂດຍນັກລົງທຶນຈາກປະເທດໄທ ມີທ່ານ ຊາຄຣິດ ນັກສອນ ປະທານບໍລິສັດ ເປັນຜູ້ລິເລີ່ມ ໂດຍຮ່ວມທຶນກັບນັກທຸລະກິດຄົນ ໄທ ແລະ ລາວ ເພື່ອດຳເນີນທຸລະກິດເຊົ່າສິນເຊື່ອລົດຈັກ ບໍລິສັດໄດ້ຈົດທະບຽນທີ່ ສປປ ລາວ ໃນເດືອນ ກັນຍາ ປີຄ.ສ 2011 ດ້ວຍທຶນຈົດທະບຽນເລີ່ມຕົ້ນທີ່ 300.000 ໂດລາສະຫະລັດ ຫຼື ປະມານ 10 ລ້ານບາດ ແລະ ໄດ້ຮັບອະນຸຍາດໃຫ້ດຳເນີນທຸລະກິດເຊົ່າສິນເຊື່ອ ຈາກທະນາຄານແຫ່ງສປປ ລາວ ໃນເດືອນ ມິຖຸນາ ປີຄ.ສ 2012 ຊ່ວງໄລຍະທີ່ຜ່ານມາບໍລິສັດ ມີການເຕີບໃຫ່ຍຢ່າງໄວວາ ແລະ ມີການເພີ່ມທຶນເປັນໄລຍະໄລຍະ ຈົນໃນເດືອນ ມິຖຸນາ ປີຄ.ສ 2016 ບໍລິສັດ ໄດ້ເພີ່ມທຶນຈົດທະບຽນເປັນ 27.760.000 ລ້ານກີບ ຫຼື ປະມານ 3.470.000 ໂດລາສະຫະລັດ ແລະ ໃນເດືອນ ພະຈິກ ປີຄ.ສ 2017 ບໍລິສັດໄດ້ຫັນປ່ຽນຮູບແບບເປັນບໍລິສັດ ມະຫາຊົນ ແລະ ຍື່ນຂໍເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບລາວ (Lao Securities Exchange) ໂດຍໄດ້ຮັບອະນຸຍາດໃຫ້ຈຳໜ່າຍຮຸ້ນໃຫ້ປະຊາຊົນທົ່ວໄປຄັ້ງທຳອິດ (Initial Public Offering) ໃນວັນທີ 13 ມິຖຸນາ ປີຄ.ສ 2018