ຄົບຮອບ 15 ປີ ບໍລິສັດ ມະຫະທຶນ ເຊົ່າສິນເຊື່ອ ມະຫາຊົນ 02/09/2011 - 02/09/2026 15 ປີ ແຫ່ງຄວາມໄວ້ວາງໃຈ ພ້ອມກ້າວຕໍ່ໄປດ້ວຍພະລັງແຫ່ງການໃຫ້  ເປີດສາກໂຄງການ “15 ປີ ມະຫະທຶນ ກິດຈະກຳເພື່ອສັງຄົມ” ຕະຫຼອດໄລຍະເວລາ 15 ປີທີ່ຜ່ານມາ ບໍລິສັດ ມະຫະທຶນ ເຊົ່າສິນເຊື່ອ ມະຫາຊົນ ໄດ້ຮັບຄວາມໄວ້ວາງໃຈ, ຄວາມຜູກພັນ ແລະ ການສະໜັບສະໜູນອັນອົບອຸ່ນຈາກລູກຄ້າທຸກໆ ທ່ານສະເໝີມາ. ທຸກໆ ຄວາມເຊື່ອໝັ້ນຂອງລູກຄ້າ ຄືແຮງຜັກດັນສຳຄັນທີ່ເຮັດໃຫ້ພວກເຮົາເຕີບໃຫຍ່ ແລະ ຢືນຢັດຢ່າງໝັ້ນຄົງຈົນເຖິງທຸກມື້ນີ້.
ເນື່ອງໃນໂອກາດຄົບຮອບ 15 ປີ, ທ່ານ ມານົບ ຕຣີລິດວິໄລ ຜູ້ອຳນວຍການ ບໍລິສັດ ມະຫະທຶນ ເຊົ່າສິນເຊື່ອ ມະຫາຊົນ ໄດ້ນຳພາຄະນະຜູ້ບໍລິຫານ ແລະ ພະນັກງານທຸກຄົນ ຮ່ວມພິທີເຮັດບຸນໂດຍໄດ້ນິມົນພຣະສົງຈຳນວນ 9 ອົງ ມາຈະເລີນພຣະພຸດທະມົນ ເພື່ອຄວາມເປັນສິລິມຸງຄຸນ ແລະ ຖວາຍພັດຕາຫານເພນແດ່ພຣະສົງ.
ພາຍຫຼັງສຳເລັດພິທີທາງສາດສະໜາ, ທ່ານຜູ້ອຳນວຍການ ຍັງໄດ້ນຳພາພະນັກງານຮ່ວມແຮງຮ່ວມໃຈເປີດໂຕກິດຈະກຳທຳອິດ (1 ໃນ 15 ກິດຈະກຳ) ພາຍໃຕ້ໂຄງການ “15 ປີ ມະຫະທຶນ ກິດຈະກຳເພື່ອສັງຄົມ” ດ້ວຍ “ກິດຈະກຳບໍລິຈາກເລືອດ” ເພື່ອຕອບແທນຄືນສູ່ສັງຄົມ ແລະ ສົ່ງຕໍ່ຊີວິດໃຫ້ແກ່ຜູ້ທີ່ຕ້ອງການຄວາມຊ່ວຍເຫຼືອ.

#ຄົບຮອບ15ປີ #15ປີມະຫະທຶນ #15ປີແຫ່ງຄວາມໄວ້ວາງໃຈ #15ປີມະຫະທຶนກິດຈະກຳເພື່ອສັງຄົມ #ມະຫະທຶນເຊົ່າສິນເຊື່ອ #ເຮັດບຸນບໍລິສັດ #ບໍລິຈາກເລືອດ #Mahathuen #CSR