ບໍລິສັດ ມະຫະທຶນ ເຊົ່າສິນເຊື່ອ ມະຫາຊົນ
ຂ່າວສານ
ເລື່ອນການຈັດກອງປະຊຸມສາມັນຜູ້ຖືຮຸ້ນ ປະຈຳປີ 2019 ເປັນ ວັນທີ 29 ພຶດສະພາ 2020

ບໍລິສັດ ມະຫະທຶນ ເຊົ່າສິນເຊື່ອ ມະຫາຊົນ ("ບໍລິສັດ") ຂໍຖືເປັນກຽດແຈ້ງມາຍັງບັນດາທ່ານຜູ້ຖືຮຸ້ນຂອງບໍລິສັດ ແລະ ນັກລົງທຶນ ເພື່ອຊາບວ່າ ບໍລິສັດ ຈະໄດ້ເລື່ອນມື້ຈັດກອງປະຊຸມສາມັນຜູ້ຖືຮຸ້ນ ປະຈຳປີ 2019 ເຊິ່ງກຳນົດເປີດກອງປະຊຸມໃນວັນທີ 24 ເມສາ 2020 ເລື່ອນອອກໄປເປັນ ວັນທີ 29 ພຶດສະພາ 2020 ເວລາ 09:30 ໂມງ ຢູ່ທີ່ ຄອນເວັນຊັນ ເຊັນເຕີ, ຊັ້ນ 4, ຫ້ອງໄຂ່ມຸກ ໂຮງແຮມ ແລນມາກ ແມ່ຂອງ ຣີເວີໄຊ໌ ບ້ານ ທາດຂາວ, ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ ສປປ ລາວ. ສຳລັບມື້ປິດປຶ້ມບັນຊີທະບຽນຜູ້ຖືຄອງຮຸ້ນ ເພື່ອເຂົ້າຮ່ວມກອງປະຊຸມ ແລະ ຮັບເງິນປັນຜົນແມ່ນຍັງຮັກສາໄວ້ຕາມເດີມ. ການເລື່ອນກອງປະຊຸມດັ່ງກ່າວຈະບໍ່ມີຜົນກະທົບໃດໆ ຕໍ່ສິດທິຂອງຜູ້ຖືຮຸ້ນໃນການເຂົ້າຮ່ວມປະຊຸມ.




