ບໍລິສັດ ມະຫະທຶນ ເຊົ່າສິນເຊື່ອ ມະຫາຊົນ
ຂ່າວສານ
ໜັງສືເຊີນ ປະຊຸມສາມັນ ຜູ້ຖືຫຸ້ນປະຈຳປີ 2025


ບໍລິສັດ ມະຫະທຶນ ເຊົ່າສິນເຊື່ອ ມະຫາຊົນ ຂໍຖືເປັນກຽດຮຽນເຊີນທ່ານເຂົ້າຮ່ວມ ປະຊຸມສາມັນຜູ້ຖືຫຸ້ນ ປະຈຳປີ 2025 ເພື່ອພິຈາລະນາວາລະຕ່າງໆ ທີ່ກົດໝາຍກຳນົດໄວ້ ໃນຖານະຜຸ້ຖືຫຸ້ນຂອງບໍລິສັດຈາກການປິດທະບຽນຜູ້ຖືຫຸ້ນເມື່ອວັນທີ 06 ມີນາ 2026 ເຂົ້າຮ່ວມກອງປະຊຸມ ໃນວັນທີ 21 ເມສາ 2026 ເວລາ 09:30 ເປັນຕົ້ນໄປ ທີ່ ໂຮງແຮມ ລາວພາຊ່າ ຫ້ອງ May Hall
ຈຶ່ງຮຽນມາເພື່ອເຂົ້າຮ່ວມກອງປະຊຸມໃນວັນ ແລະ ເວລາດັ່ງກ່າວ ຫາກບໍ່ສາມາດເຂົ້າຮ່ວມປະຊຸມໄດ້ດ້ວຍຕົນເອງ ສາມາດມອບສິດໃຫ້ຄົນອື່ນເຂົ້າຮ່ວມກອງປະຊຸມ ໂດຍຈັດເຮັດໜັງສືມອບສິດ ແລະ ແຈ້ງໃຫ້ບໍລິສັດຊາບລ່ວງໜ້າກ່ອນການປະຊຸມ.
Download Document in Laos Version




