ບໍລິສັດ ມະຫະທຶນ ເຊົ່າສິນເຊື່ອ ມະຫາຊົນ
ຂ່າວສານ
ວັນທີ 29 ພຶດສະພາ 2025 ທ່ານ ມານົບ ຕຣີລິດວິໄລ ຜູ້ອຳນວຍການ ບໍລິສັດ ມະຫະທຶນ ເຊົ່າສິນເຊື່ອ ມະຫາຊົນ ໄດ້ນຳສະເໜີ ຜົນການດໍາເນີນທຸລະກິດປະຈຳປີ 2024

ໃນວັນທີ 29 ພຶດສະພາ 2025 ເວລາ 13:30-14:55 ທ່ານ ມານົບ ຕຣີລິດວິໄລ ຜູ້ອຳນວຍການ ບໍລິສັດ ມະຫະທຶນ ເຊົ່າສິນເຊື່ອ ມະຫາຊົນ ໄດ້ນຳສະເໜີ ຜົນການດໍາເນີນທຸລະກິດປະຈຳປີ 2024 ໃນງານສໍາມະນາ - ແລກປ່ຽນຄຳຄິດເຫັນ ພາຍໃຕ້ຫົວຂໍ້ “ບໍລິສັດຈົດທະບຽນພົບປະຜູ້ລົງທຶນ(Opportunity Day)” ປະຈຳປີ 2025 ທີ່ ສຳນັກງານຕະຫຼາດຫຼັກຊັບລາວ, ພ້ອມທັງມີການຖ່າຍທອດສົດຜ່ານທາງ Facebook Page: Lao Securities Exchange ແລະ ສາມາດຮັບຊົມຍ້ອນຫຼັງໄດ້ທີ່ ລີ້ງ https://www.facebook.com/share/v/16eNb51VNR/?mibextid=wwXIfr