ບໍລິສັດ ມະຫະທຶນ ເຊົ່າສິນເຊື່ອ ມະຫາຊົນ

phone icon 01021 418 222

Image

ກ່ຽວກັບມະຫະທຶນ

ບໍລິສັດ ມະຫະທຶນ ເຊົ່າສິນເຊື່ອ ມະຫາຊົນ (ບໍລິສັດ) ເດີມຊື່ ບໍລິສັດ ມະຫະທຶນ ເຊົ່າສິນເຊື່ອ ຈຳກັດ ສ້າງຕັ້ງໂດຍນັກລົງທຶນຈາກປະເທດໄທ ມີ: ທ່ານ ຊາຄຣິດ ນັກສອນ ປະທານບໍລິສັດ ເປັນຜູ້​ລິເລີ່ມ ໂດຍຮ່ວມທຶນກັບນັກທຸລະກິດຄົນໄທ ແລະ ຄົນລາວ ເພື່ອດໍາເນີນທຸລະກິດເຊົ່າສິນເຊື່ອລົດຈັກ ບໍລິສັດໄດ້ຈົດທະບຽນທີ່ ສປປ.ລາວ ໃນເດືອນກັນຍາ ຄ.ສ 2011 ດ້ວຍທຶນຈົດທະບຽນເລີ່ມຕົ້ນທີ່ 300.000 ໂດລາສະຫະລັດ ຫຼື ປະມານ 10 ລ້ານບາດ ແລະ ໄດ້ຮັບອະນຸຍາດໃຫ້ດຳເນີນທຸລະກິດເຊົ່າສິນເຊື່ອຈາກທະນາຄານແຫ່ງ ສປປ.ລາວ ໃນເດືອນ ມິຖຸນາ ຄ.ສ 2012 ຊ່ວງໄລຍະທີ່ຜ່ານມາບໍລິສັດມີການເຕີບໂຕຢ່າງໄວວາແລະມີການເພີ່ມທຶນເປັນໄລຍະ ໄລ​ຍະ ຈົນໃນເດືອນ ມີຖຸນາ ຄ.ສ 2016 ບໍລິສັດໄດ້ເພີ່ມທຶນຈົດທະບຽນເປັນ 27.760 ລ້ານກີບ ຫຼື ປະມານ 3.470.000 ໂດລາສະຫະລັດ ແລະ ເມື່ອເດືອນ ພະຈິກ ຄສ 2017 ບໍລິສັດ ໄດ້ປ່ຽນສະຖານະເປັນມະຫາຊົນ ແລະ ຍື່ນຂໍເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບລາວ (Lao Securities Exchange) ໂດຍໄດ້ຮັບອະນຸມັດໃຫ້ຈຳໜ່າຍຮຸ້ນໃຫ້ແກ່ປະຊາຊົນທົ່ວໄປຄັ້ງທໍາອິດ (Initial Public Offering) ໃນວັນທີ 13 ມິຖຸນາ 2018. ໃນປີ 2023 ບໍລິສັດ ໄດ້ຂະຫຍາຍການໃຫ້ບໍລິການການເຊົ່າສິນເຊື່ອ “ຜ່ອນຄຳ” ໄປໃນພື້ນທີ່ຕ່າງແຂວງ ເພື່ອຂະຫຍາຍການໃຫ້ບໍລິການໃຫ້ຮອງຮັບກັບຄວາມຕ້ອງການຂອງຜູ້ໃຊ້ບໍລິການ 

ປີ ຄ.ສ 2011

ເລີ່ມສ້າງຕັ້ງບໍລິສັດ

ບໍລິສັດ ມະຫະທຶນ ເຊົ່າສິນເຊື່ອ ມະຫາຊົນ (ບໍລິສັດ) ໄດ້ສ້າງຕັ້ງຂື້ນໃນວັນທີ 2 ກັນຍາ ປີ ຄ.ສ 2011 ໃນຮູບແບບບໍລິສັດ ຈຳກັດ ດ້ວຍທຶນຈົດທະບຽນ 300.000 ໂດລາສະຫະລັດ ປະກອບທຸລະກິດປະເພດການໃຫ້ບໍລິການເຊົ່າສິນເຊື່ອ (ສັງຫາລິມາຊັບ) ບໍລິສັດຖືຮຸ້ນໂດຍນັກທຸລະກິດຄົນລາວ 12 ສ່ວນຮ້ອຍ ແລະ ນັກທຸລະກິດຄົນໄທ 88 ສ່ວນຮ້ອຍ ທັງ 2 ທ່ານເປັນຜູ້ມີປະສົບການໃນການດຳເນີນທຸລະກິດໃນ ສປປ ລາວ ມາດົນຫຼາຍກ່ວາ 20 ປີ

ປີ ຄ.ສ 2011

ປີ ຄ.ສ 2012

ປ່ຽນແປງສະກຸນເງິນ
ແລະເພີ່ມທຶນຈົດທະບຽນ

ບໍລິສັດໄດ້ມີການປ່ຽນແປງສະກຸນເງິນຈົດທະບຽນຈາກ ໂດລາສະຫະລັດມາເປັນກີບ ແລະ ເພີ່ມທຶນຈົດທະບຽນຈຳນວນ 3.200.000.000ກີບ ຈາກທຶນຈົດທະບຽນເດີມ 2.400.000.000ກີບ ມາເປັນ 5.600.000.000ກີບ ໂດຍການອອກຮຸ້ນສາມັນໃໝ່ຈຳນວນ 400.000ຮຸ້ນ ມູນຄ່າຮຸ້ນທີ່ກໍານົດໄວ້ຮຸ້ນລະ 8.000 ກີບ ສະເໜີໃຫ້ແກ່ຜູ້ຖືຮຸ້ນເດີມ ເພື່ອນຳເງິນໄປໃຊ້ໃນການຂະຫຍາຍສິນເຊື່ອ

ປີ ຄ.ສ 2014

ຂາຍຮຸ້ນ, ເພີ່ມທຶນ ແລະ ເປີດໃຫ້ບໍລິການຜະລິດຕະພັນໃໝ່

ຂາຍຮຸ້ນຂອງຜູ້ລົງທຶນຕ່າງປະເທດໃຫ້ແກ່ ບໍລິສັດ ມະຫະທຶນ ໂຮນດິ້ງ ຈຳກັດ (Mahathun Holding Co.,ltd.) ປະເທດໄທ ຈໍານວນ 616.000 ຮຸ້ນສາມັນ ຄິດເປັນ 88 ສ່ວນຮ້ອຍ ຂອງທຶນຈົດທະບຽນ

ເພີ່ມທຶນຈົດທະບຽນຈຳນວນ 12.160.000.000 ກີບ ຈາກທຶນຈົດທະບຽນເດີມ 5.600.000.000 ກີບ ມາເປັນ 17.760.000.000 ກີບ ໂດຍການອອກຮຸ້ນສາມັນຈຳນວນ 1.520.000 ຮຸ້ນ ມູນຄ່າຮຸ້ນທີ່ກໍານົດໄວ້ຮຸ້ນລະ 8.000 ກີບ ສະເໜີຂາຍໃຫ້ແກ່ຜູ້ຖືຮຸ້ນເດີມ ເພື່ອນຳເງິນໄປໃຊ້ໃນການຂະຫຍາຍສິນເຊື່ອ

ເລີ່ມໃຫ້ບໍລິການສິນເຊື່ອຈຳນຳທະບຽນລົດຈັກ (Refinance)

ປີ ຄ.ສ 2014

ປີ ຄ.ສ 2015

ເພີ່ມທຶນ ຈົດທະບຽນ

ເພີ່ມທຶນຈົດທະບຽນຈຳນວນ 5.600.000.000 ກີບ ຈາກທຶນຈົດທະບຽນເດີີມ 17.760.000.000 ກີບ ມາເປັນ 23.360.000.000 ກີບ ໂດຍການອອກຮຸ້ນສາມັນໃໝ່ຈຳນວນ 700.000 ຮຸ້ນ ມູນຄ່າຮຸ້ນທີ່ກໍານົດໄວ້ຮຸ້ນລະ 8.000 ກີບ ສະເໜີຂາຍໃຫ້ແກ່ຜູ້ຖືຮຸ້ນເດີມ ເພື່ອນຳເງິນໄປໃຊ້ໃນການຂະຫຍາຍສິນເຊື່ອ

ປີ ຄ.ສ 2016

ເພີ່ມທຶນຈົດທະບຽນ ປ່ຽນຜູ່ອຳນວຍການ

ເພີ່ມທຶນຈົດທະບຽນຈຳນວນ 4.400.000.000 ກີບ ຈາກທຶນຈົດທະບຽນເດີມ 23.360.000.000 ກີບ ມາເປັນ 27.760.000.000 ກີບ ໂດຍການອອກຮຸ້ນສາມັນໃໝ່ຈຳນວນ 550.000 ຮຸ້ນ ມູນຄ່າຮຸ້ນທີ່ກໍານົດໄວ້ຮຸ້ນລະ 8.000 ກີບ ສະເໜີຂາຍໃຫ້ຜູ້ຖືຮຸ້ນເດີມ ເພື່ອນຳເງິນໄປໃຊ້ໃນການຂະຫຍາຍສິນເຊື່ອ

ໃນເດືອນ ເມສາ ປີຄ.ສ 2016 ບໍລິສັດດຳເນີນການປ່ຽນແປງຜູ່ອຳນວຍການໃຫຍ່ຈາກ ທ່ານ ຊາຄຣິດ ນັກສອນ ມາເປັນ ທ່ານ ມານົບ ຕຣີລິດວິໄລ ສ້າງຕັ້ງສະພາບໍລິຫານໂດຍມີ ທ່ານ ຊາຄຣິດ ນັກສອນ ເປັນປະທານສະພາບໍລິຫານ ແລະ ທ່ານ ນາງ ອິນທະວິໄລ ອຸດົມ ເປັນຮອງປະທານສະພາບໍລິຫານ

ປີ ຄ.ສ 2016

ປີ ຄ.ສ 2017

ປ່ຽນສະພາບຈາກບໍລິສັດ “ຈຳກັດ” ເປັນ “ມະຫາຊົນ”

ໃນເດືອນ ສິງຫາ ປີຄ.ສ 2017 ບໍລິສັດດຳເນີນການ

ປ່ຽນສະພາບຈາກບໍລິສັດ “ບໍລິສັດຈຳກັດ” ເປັນ “ບໍລິສັດມະຫາຊົນ” ແລະ ປ່ຽນຊື່ຈາກ ບໍລິສັດ ມະຫະທຶນ ເຊົ່າສິນເຊື່ອ ຈໍາກັດ (Mahathuen Leasing Co.,ltd.) ເປັນບໍລິສັດ ມະຫະທຶນ ເຊົ່າສິນເຊື່ອ ມະຫາຊົນ (Mahathuen Leasing Public Company)

ປ່ຽນແປງມູນຄ່າທີ່ກໍານົດໄວ້ຈາກຮຸ້ນລະ 8.000 ກີບ ເປັນ 1.000 ກີບ

ເພີ່ມທຶນຈົດທະບຽນຈຳນວນ 12.240.000.000 ກີບ ຈາກທຶນຈົດທະບຽນ 27.760.000.000 ກີບ ມາເປັນ 40.000.000.000 ກີບ ໂດຍການອອກຮຸ້ນສາມັນໃໝ່ຈຳນວນ 12.240.000 ຮຸ້ນ ມູນຄ່າຮຸ້ນທີ່ກໍານົດໄວ້ຮຸ້ນລະ 1.000 ກີບ ເພື່ອກຽມຂາຍໃນນັກລົງທຶນທົ່ວໄປ ທັງພາຍໃນ ສປປ ລາວ ແລະ ນັກລົງທຶນຕ່າງປະເທດ

ປີ ຄ.ສ 2018

ຈຳໜ່າຍຮຸ້ນແກ່ປະຊາຊົນທົ່ວໄປຄັ້ງທໍາອິດແລະເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບລາວ

ໃນວັນທີ 13 ມິຖຸນາ ປີຄ.ສ 2018 ໄດ້ຮັບອະນຸມັດຈາກສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບລາວ (Lao Securities Commission Office) ໃຫ້ຈຳໜ່າຍຮຸ້ນແກ່ປະຊາຊົນທົ່ວໄປຄັ້ງທໍາອິດ (Initial Public Offering) ແລະ ເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບລາວໂດຍມີການຊື້ຂາຍຮຸ້ນຄັ້ງທໍາອິດ ໃນວັນທີ 18 ກັນຍາ ຄ.ສ. 2018

ປີ ຄ.ສ 2018

ປີ ຄ.ສ 2019

ສ້າງຕັ້ງໜ່ວຍບໍລິການລູກຄ້າຂື້ນ 1 ແຫ່ງໃນ ແຂວງ ສະຫວັນນະເຂດ

ປີ 2019 ບໍລິສັດ ໄດ້ສ້າງຕັ້ງໜ່ວຍບໍລິການລູກຄ້າຂື້ນ 1 ແຫ່ງໃນແຂວງ ສະຫວັນນະເຂດ ກໍຄື ໜ່ວຍບໍລິການ ດົງເຫັນ ໃນເດືອນ ມິຖຸນາ ປີດຽວກັນນີ້ ໄດ້ເລີ່ມໃຫ້ການບໍລິການເຊົ່າສິນເຊື່ອ ສໍາລັບອຸປະກອນທາງການກະເສດ ເຊິ່ງເລີ່ມຕົ້ນຈາກລົດໄຖນາ ປະເພດເດີນຕາມ ແລະ ເມື່ອມີຄວາມພ້ອມຫຼາຍຂື້ນຈະຂະຫຍາຍການໃຫ້ບໍລິການເຊົ່າສິນເຊຶ່ອໃຫ້ຄວບຄຸມເຄຶ່ອງມືທາງການກະເສດໃຫ້ມີຄວາມຫຼາກຫຼາຍ

ປີ ຄ.ສ 2020

ເພີ່ມຜະລິດຕະພັນໃຫມ່ Refinance

ປີ 2020 ບໍລິສັດ ໄດ້ໄດ້ເພີ່ມຜະລິດຕະພັນໃຫມ່ ໂດຍເລີ່ມໃຫ້ບໍລິການເຊົ່າສິນເຊື່ອຄືນໃຫມ່ (Refinance) ສໍາລັບລົດທີ່ໃຊ້ແລ້ວ (Used car) ເພື່ອເພີ່ມຄວາມຫຼາກຫຼາຍຂອງຜະລິດຕະພັນ ສໍາລັບເປັນທາງເລືອກໃຫ້ກັບລູກຄ້າຂອງບໍລິສັດ

ປີ ຄ.ສ 2020

ປີ ຄ.ສ 2021

ແຕກຮຸ້ນເປັນ 400.000.000 ຮຸ້ນ.

ບໍລິສັດໄດ້ສໍາເລັດການແຕກຮຸ້ນເມື່ອວັນທີ 24 ມິຖຸນາ 2021 ເຊິ່ງມູນຄ່າຮຸ້ນເທົ່າກັບ 100 ກີບຕໍ່ຮຸ້ນ ແລະ ຈໍານວນຮຸ້ນທັງໝົດເທົ່າກັບ 400.000.000 ຮຸ້ນ.

     ເມື່ອວັນທີ 13 ສິງຫາ 2021 ສະພາບໍລິຫານໄດ້ອະນຸມັດບໍລິສັດ ຂະຫຍາຍພື້ນທີ່ບໍລິການເພີ່ມເຕີມທີ່ ແຂວງ ຄໍາມ່ວນ ເພື່ອທີ່ຈະໃຫ້ບໍລິການສິນເຊື່່ອສໍາລັບລູກຄ້າ ສາຂາ ຄໍາມ່ວນ ຕັ້ງຢູ່ ເຮືອນເລກທີ 190, ໜ່ວຍ 13, ບ້ານ ວຽງວິໄລ, ເມືອງ ທ່າແຂກ, ແຂວງ ຄໍາມ່ວນ

     ເມື່ອວັນທີ 25 ຕຸລາ 2021 ບໍລິສັດໄດ້ມີການເປີດໂຕ Mobile application M HUK ເຊິ່ງເປັນແອັບທີ່ອໍານວຍຄວາມສະດວກໃນການຮຽກເບິ່ງຂໍ້ມູນບັນຊີສິນເຊື່ອຂອງລູກຄ້າ ແລະ ຍັງເປັນຊ່ອງທາງໃນການນໍາສະເໜີຜະລິດຕະພັນຕ່າງໆຂອງບໍລິສັດຜ່ານທາງສະມາດໂຟນລວມເຖິງການຕິດຕໍ່ສື່ສານລະຫວ່າງລູກຄ້າກັບບໍລິສັດໃຫ້ມີຄວາມວ່ອງໄວຍິ່ງຂຶ້ນ

ປີ ຄ.ສ 2022

ໃຫ້ບໍລິການເຊົ່າສິນເຊື່່ອ “ຜ່ອນຄໍາ”

ໃນປີ 2022 ບໍລິສັດ ໄດ້ເລີ່ມໃຫ້ບໍລິການເຊົ່າສິນເຊື່່ອ “ຜ່ອນຄໍາ” ໂດຍເລີ່ມດໍາເນີນການຮ່ວມກັບ ຮ້ານ ຄໍາພູວົງ  ເຊິ່ງເປັນຮ້ານຄໍາທີ່ໃຫ່ຍທີ່ສຸດໃນ ສປປ ລາວ ເມື່ອເດືອນ ພະຈິກ 2022.

ປີ ຄ.ສ 2022

ປີ ຄ.ສ 2023

ຂະຫຍາຍການໃຫ້ບໍລິການການເຊົ່າສິນເຊື່ອ “ຜ່ອນຄຳ” ໄປຕ່າງແຂວງ

ໃນປີ 2023 ບໍລິສັດ ໄດ້ຂະຫຍາຍການໃຫ້ບໍລິການການເຊົ່າສິນເຊື່ອ “ຜ່ອນຄຳ” ໄປໃນພື້ນທີ່ຕ່າງແຂວງ ໄດ້ແກ່ ແຂວງສະຫວັນນະເຂດ, ແຂວງຄຳມ່ວນ ແລະ ແຂວງຈຳປາສັກ ເພື່ອຂະຫຍາຍການໃຫ້ບໍລິການໃຫ້ຮອງຮັບກັບຄວາມຕ້ອງການຂອງຜູ້ໃຊ້ບໍລິການ ແລະ ເປັນການຂະຫຍາຍສິນເຊື່ອຜ່ອນຄຳໃຫ້ຫລາຍຍິ່ງຂື້ນ.

Image

ວິໄສທັດ (Vision)

“ມະຫະທຶນ ຈະເປັນໜຶ່ງບໍລິສັດໃນຕະຫຼາດຫຼັກຊັບລາວທີ່ມີການປົກຄອງທີ່ດີ ເເລະ ເປັນຜູ້ນໍາໃນທຸລະກິດເຊົ່າສິນເຊື່ອໃນ ສປປ.ລາວ”


ພາລະກິດ (Mission)

1. ສ້າງບໍລິສັດ ໃຫ້ໝັ້ນຄົງ ແລະ ເຕີບໂຕຄວບຄູ່ກັບຄວາມຈະເລີນຂອງປະເທດລາວ

2. ນຳບໍລິສັດ ເຂົ້າເປັນໜື່ງໃນບໍລິສັດຈົດທະບຽນໃນຕະຫຼາດຫຼັກຊັບລາວ

3. ໃຫ້ບໍລິການສິນເຊື່ອເຊົ່າຊື້ລົດຈັກຄວບຄຸມພື້ນທີ່ຢ່າງທົ່ວເຖິງ

4. ເພີ່ມປະສິດທິພາບຂອງການບໍລິການທີ່ປະທັບໃຈ ຍຸຕິທຳ ດ້ວຍວັດຕະກຳທາງການເງິນທີ່ທັນສະໄໝເປັນທີ່ຍອມຮັບຂອງລູກຄ້າ

5. ຮັກສາສົມດຸນດ້ານຜົນຕອບແທນໃຫ້ກັບຄູ່ຄ້າ ຜູ້ຖືຮຸ້ນ ແລະ ພະນັກງານ

ໂຄງສ້າງອົງກອນ

ສະພາບໍລິຫານ (BOARD OF DIRECTORS) ຈຳນວນ 9 ທ່ານ

Image

ທ່ານ ທີຣະ ຊຸຕິວະລາພອນ

ປະທານສະພາບໍລິຫານ

Image

ທ່ານ ກິດຕີ ຕິກຂະປັນຍາກຸນ

ຮອງປະທານສະພາບໍລິຫານ

Image

ທ່ານ ມານົບ ຕຣີລິດວິໄລ

ສະມາຊິກສະພາບໍລິຫານ/ຜູ້ອຳນວຍການ

Image

ທ່ານ ພົງສັກ ຊານົບມາດ

ສະມາຊິກສະພາບໍລິຫານ

Image

ທ່ານ ໄວຮຸ່ງ ມີນາກຸນ

ສະມາຊິກສະພາບໍລິຫານ

Image

ທ່ານ ໂກວິດ ເກີດສິລິລັກ

ສະມາຊິກສະພາບໍລິຫານ

Image

ທ່ານນາງ ສິລິລັດ ພົງພັກດີ

ສະມາຊິກສະພາບໍລິຫານອິດສະຫຼະ

Image

ທ່ານ ສຸລະສັກ ທໍາໂມ

ສະມາຊິກສະພາບໍລິຫານອິດສະຫຼະ

Image

ທ່ານ ວິນຍູ ຈີລະປະພາການ

ສະມາຊິກສະພາບໍລິຫານອິດສະຫຼະ

ຄະນະກຳມະການຊຸດຍ່ອຍ ປະກອບດ້ວຍ 5 ຄະນະ ດັ່ງນີ້

ຄະນະກຳມະການກວດສອບ (Audit Committee) ຈຳນວນ 3 ທ່ານ

Image

ທ່ານ ວິນຍູ ຈີລະປະພາການ

ປະທານ ຄະນະກໍາມະການ

Image

ທ່ານນາງ ສິລິລັດ ພົງພັກດີ

ຄະນະກໍາມະການ/ສະມາຊິກອິດສະຫຼະ

Image

ທ່ານ ສຸລະສັກ ທໍາໂມ

 ຄະນະກໍາມະການ/ສະມາຊິກອິດສະຫຼະ

ຄະນະກຳມະການ ບໍລິຫານຄວາມສ່ຽງ (Risk Management Committee) ຈຳນວນ 3 ທ່ານ

Image

ທ່ານ ທີຣະ ຊຸຕິວະລາພອນ

ປະທານ ຄະນະກໍາມະການ

Image

ທ່ານ ກິດຕີ ຕິກຂະປັນຍາກຸນ

 ຄະນະກໍາມະການ

Image

ທ່ານ ວິນຍູ ຈີລະປະພາການ

ຄະນະກໍາມະການ/ສະມາຊິກອິດສະຫຼະ

 

ຄະນະກຳມະການກຳນົດຜົນຕອບແທນ (Remuneration Committee) ຈຳນວນ 3 ທ່ານ

Image

ທ່ານ ທີຣະ ຊຸຕິວະລາພອນ

ປະທານ ຄະນະກໍາມະການ

Image

ທ່ານ ກິດຕີ ຕິກຂະປັນຍາກຸນ

 ຄະນະກໍາມະການ

Image

ທ່ານ ວິນຍູ ຈີລະປະພາການ

ຄະນະກໍາມະການ/ສະມາຊິກອິດສະຫຼະ

 

ຄະນະກຳມະການຄັດເລືອກ (Nomination Committee) ຈຳນວນ 3 ທ່ານ

Image

ທ່ານ ທີຣະ ຊຸຕິວະລາພອນ

ປະທານ ຄະນະກໍາມະການ

Image

ທ່ານ ກິດຕີ ຕິກຂະປັນຍາກຸນ

 ຄະນະກໍາມະການ

Image

ທ່ານນາງ ສິລິລັດ ພົງພັກດີ

 ຄະນະກໍາມະການ/ສະມາຊິກອິດສະຫຼະ

 

ຄະນະກຳມະການກວດສອບລາຍການທີ່ກ່ຽວພັນ (Related Parties Committee) ຈຳນວນ 3 ທ່ານ

Image

ທ່ານ ໂກວິດ ເກີດສິລິລັກ

ປະທານ ຄະນະກໍາມະການ

Image

ທ່ານ ໄວຮຸ່ງ ມີນາກຸນ

ຄະນະກໍາມະການ

Image

ທ່ານນາງ ສິລິລັດ ພົງພັກດີ

 ຄະນະກໍາມະການ/ສະມາຊິກອິດສະຫຼະ

 

ໃບທະບຽນວິສາຫະກິດ

ໃບອະນຸຍາດລົງທຶນ

ໃບອະນຸຍາດດຳເນີນທຸລະກິດ

ໃບຢັ້ງຢືນເລກປະຈຳຕົວຜູ້ເສຍພາສີອາກອນ

ໃບອ​ະນຸຍາດອອກຈຳໜ່າຍຮຸ້ນ

Listing Certificate

ປະຫວັດຄວາມເປັນມາຂອງບໍລິສັດ

ກ່ຽວກັບມະຫະທຶນ

ບໍລິສັດ ມະຫະທຶນ ເຊົ່າສິນເຊື່ອ ມະຫາຊົນ (ບໍລິສັດ) ເດີມຊື່ ບໍລິສັດ ມະຫະທຶນ ເຊົ່າສິນເຊື່ອ ຈຳກັດ ສ້າງຕັ້ງໂດຍນັກລົງທຶນຈາກປະເທດໄທ ມີ: ທ່ານ ຊາຄຣິດ ນັກສອນ ປະທານບໍລິສັດ ເປັນຜູ້​ລິເລີ່ມ ໂດຍຮ່ວມທຶນກັບນັກທຸລະກິດຄົນໄທ ແລະ ຄົນລາວ ເພື່ອດໍາເນີນທຸລະກິດເຊົ່າສິນເຊື່ອລົດຈັກ ບໍລິສັດໄດ້ຈົດທະບຽນທີ່ ສປປ.ລາວ ໃນເດືອນກັນຍາ ຄ.ສ 2011 ດ້ວຍທຶນຈົດທະບຽນເລີ່ມຕົ້ນທີ່ 300.000 ໂດລາສະຫະລັດ ຫຼື ປະມານ 10 ລ້ານບາດ ແລະ ໄດ້ຮັບອະນຸຍາດໃຫ້ດຳເນີນທຸລະກິດເຊົ່າສິນເຊື່ອຈາກທະນາຄານແຫ່ງ ສປປ.ລາວ ໃນເດືອນ ມິຖຸນາ ຄ.ສ 2012 ຊ່ວງໄລຍະທີ່ຜ່ານມາບໍລິສັດມີການເຕີບໂຕຢ່າງໄວວາແລະມີການເພີ່ມທຶນເປັນໄລຍະ ໄລ​ຍະ ຈົນໃນເດືອນ ມີຖຸນາ ຄ.ສ 2016 ບໍລິສັດໄດ້ເພີ່ມທຶນຈົດທະບຽນເປັນ 27.760 ລ້ານກີບ ຫຼື ປະມານ 3.470.000 ໂດລາສະຫະລັດ ແລະ ເມື່ອເດືອນ ພະຈິກ ຄສ 2017 ບໍລິສັດ ໄດ້ປ່ຽນສະຖານະເປັນມະຫາຊົນ ແລະ ຍື່ນຂໍເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບລາວ (Lao Securities Exchange) ໂດຍໄດ້ຮັບອະນຸມັດໃຫ້ຈຳໜ່າຍຮຸ້ນໃຫ້ແກ່ປະຊາຊົນທົ່ວໄປຄັ້ງທໍາອິດ (Initial Public Offering) ໃນວັນທີ 13 ມິຖຸນາ 2018

ປີ ຄ.ສ 2011

ເລີ່ມສ້າງຕັ້ງບໍລິສັດ

ບໍລິສັດ ມະຫະທຶນ ເຊົ່າສິນເຊື່ອ ມະຫາຊົນ (ບໍລິສັດ) ໄດ້ສ້າງຕັ້ງຂື້ນໃນວັນທີ 2 ກັນຍາ ປີ ຄ.ສ 2011 ໃນຮູບແບບບໍລິສັດ ຈຳກັດ ດ້ວຍທຶນຈົດທະບຽນ 300.000 ໂດລາສະຫະລັດ ປະກອບທຸລະກິດປະເພດການໃຫ້ບໍລິການເຊົ່າສິນເຊື່ອ (ສັງຫາລິມາຊັບ) ບໍລິສັດຖືຮຸ້ນໂດຍນັກທຸລະກິດຄົນລາວ 12 ສ່ວນຮ້ອຍ ແລະ ນັກທຸລະກິດຄົນໄທ 88 ສ່ວນຮ້ອຍ ທັງ 2 ທ່ານເປັນຜູ້ມີປະສົບການໃນການດຳເນີນທຸລະກິດໃນ ສປປ ລາວ ມາດົນຫຼາຍກ່ວາ 20 ປີ

ປີ ຄ.ສ 2011

ປີ ຄ.ສ 2012

ປ່ຽນແປງສະກຸນເງິນ
ແລະເພີ່ມທຶນຈົດທະບຽນ

ບໍລິສັດໄດ້ມີການປ່ຽນແປງສະກຸນເງິນຈົດທະບຽນຈາກ ໂດລາສະຫະລັດມາເປັນກີບ ແລະ ເພີ່ມທຶນຈົດທະບຽນຈຳນວນ 3.200.000.000ກີບ ຈາກທຶນຈົດທະບຽນເດີມ 2.400.000.000ກີບ ມາເປັນ 5.600.000.000ກີບ ໂດຍການອອກຮຸ້ນສາມັນໃໝ່ຈຳນວນ 400.000ຮຸ້ນ ມູນຄ່າຮຸ້ນທີ່ກໍານົດໄວ້ຮຸ້ນລະ 8.000 ກີບ ສະເໜີໃຫ້ແກ່ຜູ້ຖືຮຸ້ນເດີມ ເພື່ອນຳເງິນໄປໃຊ້ໃນການຂະຫຍາຍສິນເຊື່ອ

ປີ ຄ.ສ 2014

ຂາຍຮຸ້ນ, ເພີ່ມທຶນ ແລະ ເປີດໃຫ້ບໍລິການຜະລິດຕະພັນໃໝ່

ຂາຍຮຸ້ນຂອງຜູ້ລົງທຶນຕ່າງປະເທດໃຫ້ແກ່ ບໍລິສັດ ມະຫະທຶນ ໂຮນດິ້ງ ຈຳກັດ (Mahathun Holding Co.,ltd.) ປະເທດໄທ ຈໍານວນ 616.000 ຮຸ້ນສາມັນ ຄິດເປັນ 88 ສ່ວນຮ້ອຍ ຂອງທຶນຈົດທະບຽນ

ເພີ່ມທຶນຈົດທະບຽນຈຳນວນ 12.160.000.000 ກີບ ຈາກທຶນຈົດທະບຽນເດີມ 5.600.000.000 ກີບ ມາເປັນ 17.760.000.000 ກີບ ໂດຍການອອກຮຸ້ນສາມັນຈຳນວນ 1.520.000 ຮຸ້ນ ມູນຄ່າຮຸ້ນທີ່ກໍານົດໄວ້ຮຸ້ນລະ 8.000 ກີບ ສະເໜີຂາຍໃຫ້ແກ່ຜູ້ຖືຮຸ້ນເດີມ ເພື່ອນຳເງິນໄປໃຊ້ໃນການຂະຫຍາຍສິນເຊື່ອ

ເລີ່ມໃຫ້ບໍລິການສິນເຊື່ອຈຳນຳທະບຽນລົດຈັກ (Refinance)

ປີ ຄ.ສ 2014

ປີ ຄ.ສ 2015

ເພີ່ມທຶນ ຈົດທະບຽນ

ເພີ່ມທຶນຈົດທະບຽນຈຳນວນ 5.600.000.000 ກີບ ຈາກທຶນຈົດທະບຽນເດີີມ 17.760.000.000 ກີບ ມາເປັນ 23.360.000.000 ກີບ ໂດຍການອອກຮຸ້ນສາມັນໃໝ່ຈຳນວນ 700.000 ຮຸ້ນ ມູນຄ່າຮຸ້ນທີ່ກໍານົດໄວ້ຮຸ້ນລະ 8.000 ກີບ ສະເໜີຂາຍໃຫ້ແກ່ຜູ້ຖືຮຸ້ນເດີມ ເພື່ອນຳເງິນໄປໃຊ້ໃນການຂະຫຍາຍສິນເຊື່ອ

ປີ ຄ.ສ 2016

ເພີ່ມທຶນຈົດທະບຽນ ປ່ຽນຜູ່ອຳນວຍການ

ເພີ່ມທຶນຈົດທະບຽນຈຳນວນ 4.400.000.000 ກີບ ຈາກທຶນຈົດທະບຽນເດີມ 23.360.000.000 ກີບ ມາເປັນ 27.760.000.000 ກີບ ໂດຍການອອກຮຸ້ນສາມັນໃໝ່ຈຳນວນ 550.000 ຮຸ້ນ ມູນຄ່າຮຸ້ນທີ່ກໍານົດໄວ້ຮຸ້ນລະ 8.000 ກີບ ສະເໜີຂາຍໃຫ້ຜູ້ຖືຮຸ້ນເດີມ ເພື່ອນຳເງິນໄປໃຊ້ໃນການຂະຫຍາຍສິນເຊື່ອ

ໃນເດືອນ ເມສາ ປີຄ.ສ 2016 ບໍລິສັດດຳເນີນການປ່ຽນແປງຜູ່ອຳນວຍການໃຫຍ່ຈາກ ທ່ານ ຊາຄຣິດ ນັກສອນ ມາເປັນ ທ່ານ ມານົບ ຕຣີລິດວິໄລ ສ້າງຕັ້ງສະພາບໍລິຫານໂດຍມີ ທ່ານ ຊາຄຣິດ ນັກສອນ ເປັນປະທານສະພາບໍລິຫານ ແລະ ທ່ານ ນາງ ອິນທະວິໄລ ອຸດົມ ເປັນຮອງປະທານສະພາບໍລິຫານ

ປີ ຄ.ສ 2016

ປີ ຄ.ສ 2017

ປ່ຽນສະພາບຈາກບໍລິສັດ “ຈຳກັດ” ເປັນ “ມະຫາຊົນ”

ໃນເດືອນ ສິງຫາ ປີຄ.ສ 2017 ບໍລິສັດດຳເນີນການ

ປ່ຽນສະພາບຈາກບໍລິສັດ “ບໍລິສັດຈຳກັດ” ເປັນ “ບໍລິສັດມະຫາຊົນ” ແລະ ປ່ຽນຊື່ຈາກ ບໍລິສັດ ມະຫະທຶນ ເຊົ່າສິນເຊື່ອ ຈໍາກັດ (Mahathuen Leasing Co.,ltd.) ເປັນບໍລິສັດ ມະຫະທຶນ ເຊົ່າສິນເຊື່ອ ມະຫາຊົນ (Mahathuen Leasing Public Company)

ປ່ຽນແປງມູນຄ່າທີ່ກໍານົດໄວ້ຈາກຮຸ້ນລະ 8.000 ກີບ ເປັນ 1.000 ກີບ

ເພີ່ມທຶນຈົດທະບຽນຈຳນວນ 12.240.000.000 ກີບ ຈາກທຶນຈົດທະບຽນ 27.760.000.000 ກີບ ມາເປັນ 40.000.000.000 ກີບ ໂດຍການອອກຮຸ້ນສາມັນໃໝ່ຈຳນວນ 12.240.000 ຮຸ້ນ ມູນຄ່າຮຸ້ນທີ່ກໍານົດໄວ້ຮຸ້ນລະ 1.000 ກີບ ເພື່ອກຽມຂາຍໃນນັກລົງທຶນທົ່ວໄປ ທັງພາຍໃນ ສປປ ລາວ ແລະ ນັກລົງທຶນຕ່າງປະເທດ

ປີ ຄ.ສ 2018

ຈຳໜ່າຍຮຸ້ນແກ່ປະຊາຊົນທົ່ວໄປຄັ້ງທໍາອິດແລະເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບລາວ

ໃນວັນທີ 13 ມິຖຸນາ ປີຄ.ສ 2018 ໄດ້ຮັບອະນຸມັດຈາກສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບລາວ (Lao Securities Commission Office) ໃຫ້ຈຳໜ່າຍຮຸ້ນແກ່ປະຊາຊົນທົ່ວໄປຄັ້ງທໍາອິດ (Initial Public Offering) ແລະ ເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບລາວໂດຍມີການຊື້ຂາຍຮຸ້ນຄັ້ງທໍາອິດ ໃນວັນທີ 18 ກັນຍາ ຄ.ສ. 2018

ປີ ຄ.ສ 2018

ປີ ຄ.ສ 2019

ສ້າງຕັ້ງໜ່ວຍບໍລິການລູກຄ້າຂື້ນ 1 ແຫ່ງໃນ ແຂວງ ສະຫວັນນະເຂດ

ປີ 2019 ບໍລິສັດ ໄດ້ສ້າງຕັ້ງໜ່ວຍບໍລິການລູກຄ້າຂື້ນ 1 ແຫ່ງໃນແຂວງ ສະຫວັນນະເຂດ ກໍຄື ໜ່ວຍບໍລິການ ດົງເຫັນ ໃນເດືອນ ມິຖຸນາ ປີດຽວກັນນີ້ ໄດ້ເລີ່ມໃຫ້ການບໍລິການເຊົ່າສິນເຊື່ອ ສໍາລັບອຸປະກອນທາງການກະເສດ ເຊິ່ງເລີ່ມຕົ້ນຈາກລົດໄຖນາ ປະເພດເດີນຕາມ ແລະ ເມື່ອມີຄວາມພ້ອມຫຼາຍຂື້ນຈະຂະຫຍາຍການໃຫ້ບໍລິການເຊົ່າສິນເຊຶ່ອໃຫ້ຄວບຄຸມເຄຶ່ອງມືທາງການກະເສດໃຫ້ມີຄວາມຫຼາກຫຼາຍ

ປີ ຄ.ສ 2020

ເພີ່ມຜະລິດຕະພັນໃຫມ່ Refinance

ປີ 2020 ບໍລິສັດ ໄດ້ໄດ້ເພີ່ມຜະລິດຕະພັນໃຫມ່ ໂດຍເລີ່ມໃຫ້ບໍລິການເຊົ່າສິນເຊື່ອຄືນໃຫມ່ (Refinance) ສໍາລັບລົດທີ່ໃຊ້ແລ້ວ (Used car) ເພື່ອເພີ່ມຄວາມຫຼາກຫຼາຍຂອງຜະລິດຕະພັນ ສໍາລັບເປັນທາງເລືອກໃຫ້ກັບລູກຄ້າຂອງບໍລິສັດ

ປີ ຄ.ສ 2020

ປີ ຄ.ສ 2021

ແຕກຮຸ້ນເປັນ 400.000.000 ຮຸ້ນ.

ບໍລິສັດໄດ້ສໍາເລັດການແຕກຮຸ້ນເມື່ອວັນທີ 24 ມິຖຸນາ 2021 ເຊິ່ງມູນຄ່າຮຸ້ນເທົ່າກັບ 100 ກີບຕໍ່ຮຸ້ນ ແລະ ຈໍານວນຮຸ້ນທັງໝົດເທົ່າກັບ 400.000.000 ຮຸ້ນ.

     ເມື່ອວັນທີ 13 ສິງຫາ 2021 ສະພາບໍລິຫານໄດ້ອະນຸມັດບໍລິສັດ ຂະຫຍາຍພື້ນທີ່ບໍລິການເພີ່ມເຕີມທີ່ ແຂວງ ຄໍາມ່ວນ ເພື່ອທີ່ຈະໃຫ້ບໍລິການສິນເຊື່່ອສໍາລັບລູກຄ້າ ສາຂາ ຄໍາມ່ວນ ຕັ້ງຢູ່ ເຮືອນເລກທີ 190, ໜ່ວຍ 13, ບ້ານ ວຽງວິໄລ, ເມືອງ ທ່າແຂກ, ແຂວງ ຄໍາມ່ວນ

     ເມື່ອວັນທີ 25 ຕຸລາ 2021 ບໍລິສັດໄດ້ມີການເປີດໂຕ Mobile application M HUK ເຊິ່ງເປັນແອັບທີ່ອໍານວຍຄວາມສະດວກໃນການຮຽກເບິ່ງຂໍ້ມູນບັນຊີສິນເຊື່ອຂອງລູກຄ້າ ແລະ ຍັງເປັນຊ່ອງທາງໃນການນໍາສະເໜີຜະລິດຕະພັນຕ່າງໆຂອງບໍລິສັດຜ່ານທາງສະມາດໂຟນລວມເຖິງການຕິດຕໍ່ສື່ສານລະຫວ່າງລູກຄ້າກັບບໍລິສັດໃຫ້ມີຄວາມວ່ອງໄວຍິ່ງຂຶ້ນ

ປີ ຄ.ສ 2022

ໃຫ້ບໍລິການເຊົ່າສິນເຊື່່ອ “ຜ່ອນຄໍາ”

ໃນປີ 2022 ບໍລິສັດ ໄດ້ເລີ່ມໃຫ້ບໍລິການເຊົ່າສິນເຊື່່ອ “ຜ່ອນຄໍາ” ໂດຍເລີ່ມດໍາເນີນການຮ່ວມກັບ ຮ້ານ ຄໍາພູວົງ  ເຊິ່ງເປັນຮ້ານຄໍາທີ່ໃຫ່ຍທີ່ສຸດໃນ ສປປ ລາວ ເມື່ອເດືອນ ພະຈິກ 2022.

ປີ ຄ.ສ 2022

ປີ ຄ.ສ 2023

ຂະຫຍາຍການໃຫ້ບໍລິການການເຊົ່າສິນເຊື່ອ “ຜ່ອນຄຳ” ໄປຕ່າງແຂວງ

ໃນປີ 2023 ບໍລິສັດ ໄດ້ຂະຫຍາຍການໃຫ້ບໍລິການການເຊົ່າສິນເຊື່ອ “ຜ່ອນຄຳ” ໄປໃນພື້ນທີ່ຕ່າງແຂວງ ໄດ້ແກ່ ແຂວງສະຫວັນນະເຂດ, ແຂວງຄຳມ່ວນ ແລະ ແຂວງຈຳປາສັກ ເພື່ອຂະຫຍາຍການໃຫ້ບໍລິການໃຫ້ຮອງຮັບກັບຄວາມຕ້ອງການຂອງຜູ້ໃຊ້ບໍລິການ ແລະ ເປັນການຂະຫຍາຍສິນເຊື່ອຜ່ອນຄຳໃຫ້ຫລາຍຍິ່ງຂື້ນ.

ວິໄສທັດ ແລະ ພາລະກິດ
ໂຄງສ້າງອົງກອນ
ເອກະສານສຳຄັນຂອງບໍລິສັດ
Image

Search